ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ​ຣັດ​ເຊຍ ຮຽກຮ້ອງ ​ໃຫ້​ມີ​ເຂດ​ປອດ​ທະຫານ​ຢູ່​ໃນ​ອູ​ແກຣນ


ທ່ານ ປູ​ຕິນ ປະທານາທິບໍດີ​ຣັດ​ເຊຍ

     ສຳນັກ​ຂ່າວ​ຈາກ RIA ຣັດ​ເຊຍ ໃຫ້​ຮູ້​ວ່າ: ທ່ານ ປູ​ຕິນ ປະທານາທິບໍດີ​ຣັດ​ເຊຍ ກ່າວ​ວ່າ: ຣັດ​ເຊຍ ຮຽກຮ້ອງ​ໃຫ້ ​ອູ​ແກຣນ ​ສ້າງ​ເຂດ​
ປອດ​ອາວຸດ ແລະ​ ທະຫານ​ຈາກ​ຝ່າຍ​ຕາເວັນຕົກ ເພື່ອ​ຮັບ ປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະຊາຊົນ.

     ພ້ອມ​ນັ້ນ, ເຈົ້າ​ໜ້າທີ່​ທຳ​ນຽບ ເຄຣມ​ລິນ​ ຍັງ​ກ່າວ​ເນັ້ນ​ໜັກ​ຕື່ມ​ວ່າ: ກອງທັບ​ຣັດ​ເຊຍ ສົ່ງເສີມ​ເຂດ​ປອດ​ໄພ​ໃຫ້​ແກ່​ກຳລັງ​ ອູ​ແກຣນ
ແລະ ​ສະກັດ​ກັ້ນ​ການ​ບຸກ​ໂຈມ​ຕີ​ບັນດາ​ເມືອງ​ສຳຄັນ ເຊິ່ງ​ສິ່ງ​ເຫຼົ່າ​ນີ້​ແມ່ນ​ຈຸດປະສົງ​ທີ່​ດີ​ຂອງ​ກອງທັບ​ ຣັດ​ເຊຍ​ ພວມ​ດຳເນີນ​ຢູ່. ຖະແຫຼງ
ການ​ຂອງ​ປະທານາທິບໍດີປູ​ຕິນ ມີ​ຂຶ້ນ​ພາຍຫຼັງ​ເຈົ້າໜ້າທີ່​ສະຫະລັດ 2 ທ່ານ​ທີ່​ບໍ່​ປະສົງ​ອອກຊື່​ກ່າວ​ວ່າ: ກອງທັບ ​ສະຫະລັດ​ອາ​ເມ​ຣິ​ກາ ໄດ້​
ປະສົບ​ຜົນສຳເລັດ ​ໃນ​ການ​ທົດ​ລອງ​ລະເບີດ​ຂະໜາດ​ນ້ອຍ (GLSDB) ທີ່​ຈະ​ສົ່ງ​ໄປ​ໃຫ້ ກີ​ແອັບ ໃນ​ໄວໆ​ນີ້. GLSDB ມີ​ໄລຍະ​ຍິງ 150
ກິໂລແມັດ, ເປັນ​ການ​ປະສົມ​ປະສານ​ຂອງ​ລູກ​ລະເບີດ M26 ແລະ ລະເບີດ​ນຳ​ທິດ​ຂະຫນາດ​ນ້ອຍ GBU-39, ເຊິ່ງ​ສາມາດ​ຍິງ​ໄດ້​ຈາກ
ລະບົບ​ຍິງ​ລູກ​ສອນ​ໄຟ HIMARS ແລະ ​ປືນ​ໃຫຍ່ M270 ໃນ​ອູ​ແກຣນ​ທີ່​ມີ​ໃນ​ປັດຈຸ​ບັນ, ເຊິ່ງ ​ອູ​ແກຣນ ​ຈະ​ເປັນ​ປະເທດ​ທຳ​ອິດ​ ທີ່​ໃຊ້
GLSDB ໃນ​ສະໜາມຮົບ, ພ້ອມ​ນີ້ ອູ​ແກຣນ ​ຍັງ​ໄດ້​ຮັບ​ລູກ​ສອນ​ໄຟ​ໄລຍະ​ໄກ​ຫຼາຍ​ພັນ​ລູກ​ຈາກ​ປະເທດ​ຕາເວັນຕົກ​ເຊັ່ນ: ATACMS
ແລະ Storm Shadow/SCALP-EG ທີ່​ມີ​ໄລຍະ 165-250 ກິໂລແມັດ.

     ກະຊວງ​ປ້ອງ​ກັນ​ປະເທດ ​ຣັດ​ເຊຍ​ ໄດ້​ກ່າວ​ຫຼາຍ​ຄັ້ງ​ວ່າ: ການ​ຊ່ວຍເຫຼືອ​ຈາກ​ຕ່າງປະເທດ​ທີ່​ມີ​ຕໍ່ ອູ​ແກຣນ ​ນັ້ນ​ແມ່ນ​ເພື່ອ​ແນໃສ່​ໂຈມ
​ຕີ​ເມືອງ​ຕ່າງໆ​ຂອງ​ຣັດ​ເຊຍ. ດັ່ງ​ເຫດການ​ຫຼ້າ​ສຸດ, ໄດ້​ເກີດ​ຂຶ້ນ​ໃນ​ວັນ​ທີ 30 ທັນວາ 2023, ທີ່​ອູ​ແກຣນ ໂຈມ​ຕີ​ເມືອງ ເບວ​ໂກ​ຣອດ ດ້ວຍ​
ລູກ​ສອນ​ໄຟ Vampire ທີ່​ຜະລິດ​ໂດຍ​ສາທາລະນະ​ລັດ​ເຊັກ ແລະ​ ລູກ​ສອນ​ໄຟ Vilkha, ເຮັດ​ໃຫ້ 25 ຄົນ​ເສຍ​ຊີວິດ ແລະ 109 ຄົນ​ໄດ້​
ຮັບ​ບາດເຈັບ. ຢ່າງໃດ​ກໍ​ຕາມ, ວໍ​ຊິງ​ຕັນ​ ກຳລັງ​ຈະ​ສົ່ງ GLSDB ແລະ ລູກ​ສອນ​ໄຟ​ນຳ​ທິດ​ທີ່​ມີ​ໄລຍະ​ຍິງ​ໄກ​ປະມານ 150 ກິໂລແມັດ ໄປ​
ໃຫ້ ​ອູ​ແກຣນ ອາດ​ເກີດ​ຜົນ​ກະທົບ​ຕໍ່ຊິວິດ ແລະ ​ຊັບ​ສິນ​ຂອງ​ພົນລະເມືອງ​ຊາວ​ອູ​ແກຣນ​ຢ່າງ​ຫຼີກ​ລ່ຽງ​ບໍ່​ໄດ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/02/2024